Cover

Cover

Thursday, October 16, 2014

Swing Copters ສຳລັບ PS3


ນັກພັດທະນາ Sandroron ໄດ້ Port ເກມ Swing Copters ເຊິ່ງເປັນເກມທີ່ໄດ້ຮັບຄວາມນິຍົມໃນ iOS ລົງມາໃສ່ PS3. Swing Copters ນັ້ນ ແຕ່ເດີມເປັນຂອງນັກພັດທະນາທີ່ຊື່ວ່າ Dong Nguyen ເຊິ່ງແຕ່ກ່ອນລາວກໍ່ໄດ້ສ້າງເກມ Flapply Birds ແລະ ກໍ່ໄດ້ຮັບຄວາມນິຍົມຫລາຍ.
ສຳລັບໃຜທີ່ມີ PS3 ທີ່ jailbreak ແລ້ວ ກໍ່ສາມາດດາວໂຫຼດໄປຫລິ້ນໄດ້ເລີຍ.

ດາວໂຫຼດ Swing Copter
ທີ່ມາ: psx-sence, psx-place

Tuesday, August 19, 2014

ຫຼິ້ນເກມ PSP ເທິງ Mac


ສະບາຍດີອ້າຍນ້ອງທຸກຄົນ ໃນບົດຄວາມກ່ອນນີ້ Admin Sinh ໄດ້ແນະນຳ ວິທີ່ປ່ຽນ iPone, iPod Touch ໃຫ້ກາຍເປັນເຄື່ອງຫຼິ້ນ PSP ໄປແລ້ວນັ້ນ ຫວັງວ່າຄົງຈະໄດ້ອ່ານກັນແລ້ວເນາະ. ສຳລັບມື້ນີ້ຈະມາແນະນຳວິທີຫຼິ້ນເກມ PSP ເທິງ Mac.

ສິ່ງທີ່ເຮົາຕ້ອງກຽມແມ່ນ
  1. ໂປຣແກຣມ PPSSPP ສຳລັບ Windows ດາວໂຫຼດ
  2. ໂປຣແກຣມ WineBottler ສຳລັບເປີດໂປຣແກຣມຂອງ Windows ເທິງ Mac ດາວໂຫຼດ
  3. ໄຟລເກມ PSP ແບບ .iso
  4. ມືເກມ PS2 ຫຼື PS3 (ສຳລັບມືເກມ PS2 ຕ້ອງມີ Converter ດັ່ງຮູບຂ້າງລຸ່ມ)
PS2 Controller Converter

ຫຼັງຈາກກຽມແລ້ວໃຫ້ເຮົາທຳການຕິດຕັ້ງ WineBottler ໃຫ້ຮຽບຮ້ອຍ. ຈາກນັ້ນແຕກ file PPSSPP ອອກມາແລ້ວນຳເອົາ Folder PPSSPP ໄປໄວ້ໃນ Applications ຕາມຮູບ
ຈາກນັ້ນເຂົ້າໄປໃນ Folder PPSSPP ແລ້ວຄຣິກຂາວໃສ່ PPSSPPWindows.exe ແລ້ວເລືອກ Make Alias ເພື່ອສ້າງ Alias ຢູ່ໜ້າ Desktop (ໃນພາສາ Windows ແມ່ນ Shortcut)

ຕໍ່ມາໃຫ້ເຮົາສ້າງ Folder ໜຶ່ງຂຶ້ນມາຢູ່ໜ້າ Desktop ແລ້ວໃສ່ຊື່ PSP Games ຈາກນັ້ນກໍ່ເອົາ ໄຟລເກມ PSP ໃສ່ໃນນັ້ນ

ເຊື່ອມຕໍ່ມື PS2 ຫຼື PS3 ໃສ່ Mac. ສຳລັບມືເກມ PS3 ໃຫ້ເຮົາຕໍ່ສາຍ USB ໃສ່ກັບ Mac ແລ້ວໄປເປີດ Bluetooth ຂອງ Mac.
ຈາກນັ້ນກົດປຸ່ມ Plastation ຢູມື PS3 ຄ້າງໄວ້ປະມານ 2 ວິນາທີ ແລ້ວຖອດສາຍ USB ອອກ. ເຮົາຈະສັງເກດເຫັນ icon ຂອງ Bluetooth ແມ່ນໄດ້ເຊື່ອມຕໍ່ກັບມືເກມ PS3 ເປັນທີ່ຮຽບຮ້ອຍແລ້ວ.
ຕໍ່ມາໃຫ້ເຮົາເປີດ PPSSPPWindows.exe ຢູ່ໜ້າ Desktop ທີ່ເຮົາໄດ້ສ້າງ Alias ໄວ້ ເພື່ອເປີດໂປແກຣມ PPSSPP.

ຈາກນັ້ນກຳນົດໃຫ້ໂປຣແກຣມວ່າຈະໂຫຼດເກມຈາກ Folder PSP Games ທີ່ເຮົາສ້າງໄວ້ຢູ່ Desktop ໂດຍກົດໃສ່ z:/users/ຊື່ຂອງ Mac ເຮົາ/Desktop/PSP Games. ແລ້ວເຮົາກໍ່ຈະເຫັນເກມເຮົາປະກົດຂຶ້ນ.

ສຳລັບການຕັ້ງຄ່າການຄວບຄຸມແມ່ນເຂົ້າໄປທີ່ Settinng>Controls> Control mapping. ຈາກນັ້ນກໍ່ຕັ້ງຄ່າຕາມມືເກມ. ຕົວຢ່າງເຮົາເອົາ mouse ໄປກົດໃສ X ຫຼັງຈານນັ້ນກໍ່ກົດ X ຢູ່ມືເກມນຳ. ເຮັດໄປເລື້ອຍໆຈົນຄົບໝົດທຸກປຸ່ມ. ຈາກນັ້ນກໍ່ກັບຄືນໄປຫາເກມ ແລ້ວກໍ່ກົດຫຼິ້ນເກມໄດ້ເລຍ.
ວິດີໂດຕົວຢ່າງ

Friday, August 1, 2014

ວິທີລົງເກມ PS2 ໃສ່ USB ຫລື External Hard Disk

ສະບາຍດີທຸກຄົນ ມື້ນີ້ Admin ຈະມາແນະນຳວິທີລົງເກມ PS2 ໃສ່ USB ຫຼື External Hard Disk ສຳລັບເຄື່ອງ PS2 ທີ່ເຈວເບຣກ ແລະ ຝັງຊິບແລ້ວ.
ກ່ອນອື່ນໝົດເຮົາຕ້ອງກຽມເຄື່ອງມືກ່ອນເນາະເຊິ່ງຈະມີ
  1. USB ຫຼື External Hard Disk ໃຫ້ Format ເປັນ Fat32 ກ່ອນເດີ້
  2. USBUtil ດາວໂຫຼດ
  3. 7zip ດາວໂຫຼດ
  4. ແຜ່ນເກມ PS2 ຫຼືຈະເປັນແບບ .iso ກໍ່ໄດ້
 ເອົາລະ! ເມື່ອກຽມເຄື່ອງມືຮຽບຮ້ອຍແລ້ວເຮົາມາເລີ່ມກັນເລີຍ
  1. ແຕກ USBUtil ອອກມາ ແລະ ຕິດຕັ້ງ 7zip ໃຫ້ຮຽນຮ້ອຍ.
  2. ສຽບ USB ຫຼື External Hard Disk ເຂົ້າກັບຄອມພິວເຕິ້
  3. ສ້າງ Floder ຂຶ້ນມາ 3 ອັນ ແລ້ວປ່ຽນຊື່ເປັນ ART, CD, DVD ຕາມລຳດັບ Folder.
  4. ນຳເອົາ file ເກມ PS2 ທີ່ເປັນ .iso ໄປໃສ່ໃນ Folder CD ກໍລະນີ .iso ສ້າງມາຈາກ CD. ຖ້າ .iso ສ້າງມາຈາກ DVD ກໍ່ເອົາໄປໃສ່ໃນ Folder DVD.
  5. ໃນກໍລະນີເກມເຮົາເປັນແຜ່ນ ໃຫ້ເຮົາໃຊ້ໂປແກຣມ USBUtil ເພື່ອສ້າງ .iso ຈາກແຜ່ນເກມ. ຫຼັງຈາກນັ້ນເປີດໂປແກຣມ USBUtil ຂຶ້ນມາແລ້ວກົດໃສ່ Close.
  6. ຈາກນັ້ນກົດໃສ່ File ແລ້ວເລືອກ Create [GAME/ISO] from CD/DVD ແລ້ວກົດໃສ່ Close
  7. ໃຫ້ເຮົາຕັ້ງຄ່າໂດຍ Media type [GAME] ໃຫ້ເລືອກເປັນ AUTO. ສ່ວນ Patch to [GAME/ISO] ໃຫ້ປະໄວ້. ສຳລັບ Extract as: ແມ່ນໃຫ້ເລືອກ ISO, ກໍລະນີເກມເຮົາຫຼາຍກວ່າ 4GB ຂຶ້ນໄປແມ່ນໃຫ້ເລືອກ GAME ເພາະວ່າ Fat32 ຮອງຮັບ file ໄດ້ໃຫຍ່ສູດແຕ່ 4GB ເທົ່ານັ້ນ. ຕໍ່ມາ Destination ແມ່ນໃຫ້ເລືອກວ່າເຮົາຈະເກັບ .iso ໄວ້ບ່ອນໃດ, ໂດຍປົກກະຕິແມ່ນ Folder CD ແລະ DVD ທີ່ເຮົາສ້າງໄວ້ກ່ອນໜ້ານີ້. ແຕ່ຖ້າເຮົາ Extract as GAME ແມ່ນໃຫ້ເລືອກຊ່ອງ External Hard Disk ຫຼື USB ເຮົາເລີຍ (ບໍ່ຕ້ອງເລືອກ Folder ໃດເລີຍ). ໃນຊ່ອງ Name to GAME/ISO ແມ່ນໃຫ້ເຮົາຂຽນຊື່ເກມໃສ່. ຫຼັງຈາກຕັ້ງຄ່າຮຽບຮ້ອຍແລ້ວໃຫ້ກົດໃສ່ Creat ແລ້ວລໍຖ້າໃຫ້ໂປແກຣມສ້າງ .iso ຫຼື GAME ຈົນແລ້ວ.
  8. ຂັ້ນຕອນນີ້ສະເພາະ .iso ໃຫ້ເຮົາຄຣິກຂວາໃສ່ .iso ແລ້ວເລືອກ 7-Zip > Open archive
  9. ຫຼັງຈາກນັ້ນໃຫ້ເຮົາສັງເກດເບຶ່ງ file Region Code ດັ່ງຮຼບຂ້າງລູ່ມ
  10. ໃຫ້ເຮົາຄັດລອກຊື່ແລ້ວເອົາໄປວາງທາງໜ້ຂອງ file iso ຕາມດ້ວຍຈ້ຳເມັດຕາມຮູບຂ້າງລຸ່ມ. ເທົ່ານີ້ ເຮົາກໍ່ສາມາດເອົາ USB ຫຼື External HDD ທີ່ເຮົາລົງເກມ PS2 ໄປຫຼິ້ນກັບເຄື່ອງທີ່ເຈວເບຣກ ຫຼື ຝັງຊິບໄດ້ເລີຍ.

Monday, April 21, 2014

ວິທີ hack SATA HDD 2.5" ສຳລັບໃຊ້ກັບ xbox 360

ໂດຍທົ່ວໄປແລ້ວ ຖ້າເຮົາຕ້ອງການເພີ່ມ HDD ໃຫ້ xbox ເຮົາຕ້ອງໄດ້ຊື້ HDD ທີ່ໄດ້ຮັບການຮັບຮອງຈາກ Microsoft ຊຶ່ງມີລາຄາຂ້ອນຂ້າງແພງກວ່າ SATA HDD ທົ່ວໄປ. ມື້ນີ້ Admin ມີວິທີ hack SATA HDD 2.5" ສຳລັບໃຊ້ກັບ xbox 360 ແລະ 360 Slim ເຊິ່ງເຮັດໃຫ້ເຮົາປະຢັດຂຶ້ນຕື່ມ. ສຳລັບ HDD ທີຈະເອົາມາ hack ນັ້ນ Admin ແນະນຳ Western Digital 2.5" ເພາະໂປຣແກຣມ hack ນິ້ ຮອງຮັບສະເພາະ WD ເທົ່ານັ້ນ.
ຮູບຕົວຢ່າງ
ສຳລັນ Series ທີ່ຮອງຮັບແມ່ນ: BEAS/BEVS/BEVT/BPVT/LPVT/BEKT/BJKT/BPKT/BUDT/HLFS/BLFS

HDD ທີ່ເຄີຍຜ່ານການ hack
- WD Scorpio Series BEAS/BEVS
WD600BEAS - 60GB
WD800BEAS - 80GB
WD1000BEAS - 100GB
WD1200BEAS - 120GB
WD1600BEAS - 160GB
WD2000BEAS - 200GB
WD2500BEAS - 250GB
WD600BEVS - 60GB
WD800BEVS - 80GB
WD1000BEVS - 100GB
WD1200BEVS - 120GB
WD1600BEVS - 160GB
WD2000BEVS - 200GB
WD2500BEVS - 250GB

- WD Scorpio Blue Series BEVS/BEVT/BPVT/LPVT
WD3200BEVS - 320GB
WD600BEVT - 60GB
WD800BEVT - 80GB
WD1200BEVT - 120GB
WD1600BEVT - 160GB
WD2000BEVT - 200GB
WD2500BEVT - 250GB
WD3200BEVT - 320GB
WD4000BEVT - 400GB
WD5000BEVT - 500GB
WD6400BEVT - 640GB
WD1600BPVT - 160GB
WD2500BPVT - 250GB
WD3200BPVT - 320GB
WD5000BPVT - 500GB
WD6400BPVT - 640GB
WD7500BPVT - 750GB
WD2500LPVT - 250GB
WD3200LPVT - 320GB
WD5000LPVT - 500GB
WD10TPVT - 1TB

- WD Scorpio Black Series BEKT/BJKT/BPKT
WD800BEKT - 80GB
WD1200BEKT - 120GB
WD1600BEKT - 160GB
WD2500BEKT - 250GB
WD3200BEKT - 320GB
WD5000BEKT - 500GB
WD800BJKT - 80GB
WD1200BJKT - 120GB
WD1600BJKT - 160GB
WD3200BJKT - 320GB
WD5000BJKT - 500GB
WD3200BPKT - 320GB
WD5000BPKT - 500GB
WD7500BPKT - 750GB


- WD AV-25 Series BUDT
WD1600BUDT - 160GB
WD2500BUDT - 250GB
WD3200BUDT - 320GB
WD5000BUDT - 500GB

- WD VelociRaptor Series HLFS/BLFS
WD1500HLFS - 150GB
WD1600HLFS - 160GB
WD3000HLFS - 300GB
WD1500BLFS - 150GB
WD1600BLFS - 160GB
WD3000BLFS - 300GB


ເມື່ອຮູ້ວ່າ HDD ໂຕໃດທີ່ຮອງຮັບແລ້ວ ເຮົາກໍ່ມາເລີ່ມ hack ເລີຍ.
ໝາຍເຫດ: ບົດຄວາມນີ້ Admin ໄດ້ແປ ແລະ ຮຽບຮຽງມາຈາກເວັບຕ່າງປະເທດ. ເຊິ່ງ Admin ເອງກໍ່ hack HDD ດ້ວຍວິທີນີ້ຈົນສຳເລັດ. ກະລຸນາເຮັດຕາມຂັ້ນຕອນໃຫ້ລະອຽດ. Admin ຈະບໍ່ຮັບຜິດຊອບໃດໆ ຫາກເກີດບັນຫາຫຍັງຂຶ້ນກັບ HDD ຂອງທ່ານ!

ສ້າງ Bootable USB
ດາວໂຫຼດໂປຣແກມຕາມລິ້ງນີ້ມາກ່ອນ
ດາວໂຫຼດ Bootable USB Drive Creator Tool
ຈາກນັ້ນແຕກ file ອອກມາ, ສຽບ USB ເຂົ້າກັບ computer ແລ້ວເປີດໂປຣແກຣມດ້ວຍການຄຣິກຂາວແລ້ວເລືອກ run as an adminitrartor

  • ເລືອກ USB ຂອງເຮົາ
  • ບ່ອນ File system ປ່ຽນເປັນ FAT ຫຼື FAT32
  • ເລືອກ Quick format ແລະ Create Bootable USB
  • ກົດໃສ່ປຸ່ມສາມຈຳ້ແລ້ວເລືອກ folder USB Drive Boot Files/ MS-DOS
  • ກົດ start ເປັນອັນວ່າສຳເລັດ
ຕໍ່ໄປໃຫ້ເຮົາດາວໂຫຼດ Security Sector ຕາມຂະໜາດຄວມຈຸຂອງ HDD ເຮົາດາວໂຫຼດ Xbox 360 500GB Hard Drive Security Sectorດາວໂຫຼດ Xbox 360 320GB Hard Drive Security Sectorດາວໂຫຼດ Xbox 360 250GB Hard Drive Security Sectorດາວໂຫຼດ Xbox 360 120GB Hard Drive Security Sectorດາວໂຫຼດ Xbox 360 60GB Hard Drive Security Sectorດາວໂຫຼດ Xbox 360 20GB Hard Drive Security Sectorແລ້ວດາວໂຫຼດ Hddhackr V1.4 ຈາກນັ້ນກໍ່ແຕກ file ທັງສອງໃສ່ USB ທີ່ເຮົາໄດ້ສ້າງ Bootable ໄວ້ກ່ອນໜ້ານີ້. ສຳລັບ file Security Sector ໃຫ້ປ່ຽນຊື່ເປັນ HDDSS.BINຈາກນັ້ນເຮົາກໍ່ຈະໄດ້ file ຢູ່ໃນ USB ດັ່ງຮູບ. UNDO.BIN ຈະມີຫຼັງຈາກເຮົາ hack HDD ແລ້ວ.
ຂັ້ນຕອນການ hack HDD
ມອດຄອມພິວເຕີ້ ແລ້ວສຽບ Bootable USB ເຂົ້າກັບຄອມພິວເຕີ້. ຈາກນັ້ນຖອດສາຍເຊື່ອຕໍ່ອອກຈາກ HDD ຂອງຄອມພິວເຕີ້ເຮົາເພື່ອບໍ່ໃຫ້ເຮົາຫຼົງ hack HDD ຂອງຄອມເຮົາເອງ. ຈາກນັ້ນເຊື່ອມຕໍ່ HDD ທີ່ເຮົາຕ້ອງການ hack ໃສ່ແທນ.
ຕໍ່ໄປໃຫ້ເປີດຄອມພິວເຕີ້ຂຶ້ນມາ ແລ້ວເຂົ້າຕັ້ງຄ່າ Bios. ກວດເບິ່ງ SATA operation mod ແມ່ນຕັ້ງເປັນ ATA ຫຼື disable AHCI ຂຶ້ນກັບ Mainboard ຂອງຄອມ. ບາງ Mainboard ອາດຈະເປັນ legacy ຫຼື enhanced ໃຫ້ເລືອກ legacy.
ຄົນສ່ວນຫຼາຍ flash HDD ບໍ່ໄດ້ຍ້ອນຕັ້ງຄ່າ Bios ບໍ່ຖືກ!

ຈາກນັ້ນແມ່ນເຮັດໃຫ້ຄອມເຮົາ boot ຈາກ USB. ອັນນີ້ກໍ່ຂຶ້ນກັບ Mainboard ຂອງແຕ່ລະເຄື່ອງ. ບາງເຄື່ອງແມ່ນກົດ F11 ແລ້ວຈະມີເມນູໃຫ້ເລືອກ ວ່າຈະ boot ຈາກໃສ. ສຳລັບຂອງ Admin ແລ້ວ ຫຼັງຈາກເປີດເຄື່ອງແລ້ວ ມັນ boot ຈາກ USB ເລີຍ.
ຫຼັງຈາກ boot ແລ້ວເຮົາຈະພົບກັບ DOS ໃຫ້ພິມໃສ່ hddhackr ແລ້ວ Enter
ຈາກນັ້ນ ໂປຣແກຣມ hddhackr ຈະສະແດງລຳດັບຂອງ HDD ທັງໝົດທີ່ຢູ່ໃນຄອມເຮົາ, ໃນທີ່ນີ້ HDD ຂອງ Admin ຢູລຳດັບທີ 5.

ພິມໝາຍເລກລຳດັບຂອງ HDD ແລ້ວ Enter. ຈາກນັ້ນຈະມີຄຳສັ່ງໃຫ້ເລືອກ dump, flash, ຫຼື restore firmware. ໃຫ້ເລືອກ F ເພື່ອ flash ແລ້ວພິມຊື່ Security Sector ໃສ່ ເຊິ່ງແມ່ນ HDDSS.BIN ແລ້ວກົດ Enter. ຈາກນັ້ນຈະມີຂໍ້ຄວາມຖາມສ້າງ backup ໃຫ້ພິມ UNDO.BIN ແລ້ວກໍ່ Enter
ແລ້ວມັນຈະຖາມອີກວ່າ Do you want to flash XBOX360 compatible firmware (y/n)?
ພິມ y ແລ້ວ Enter.
ລໍຖ້າ 2-3 ວິນາທີເປັນອັນວ່າສຳເລັດ ແລະ file UNDO.BIN ຈະຖືກບັນທຶກໄວ້ໃນ USB, ເກັບ file ນິ້ໄວ້ເພື່ອວ່າຕ້ອງການ restore HDD ໃຫ້ເປັນຄືເກົ່າ.
ເມື່ອສຳເລັດທຸກຢ່າງແລ້ວ ໃຫ້ກົດປຸ່ມ power ຄ້າງໄວ້ເພື່ອມອດຄອມພິວເຕິ້ ແລ້ວກໍ່ຖອດເອົາ HDD ໄປໃສ່ xbox ໄດ້ເລີຍ.

ເຊື່ອຕໍ່ HDD ເຂົ້າກັບ Xbox 360
ວາງ Xbox ທາງນອນ ສັງເກດທາງຂາວມືແຖວທາງທ້າຍຈະເຫັນຄືກັບຮອຍສີ່ຫຼ່ຽມນ້ອຍ ຕາມຮູບ. ສະໄລແລ້ວດຶງອອກ ກໍ່ຈະເຫັນບ່ອນໃສ່ HDD.

ຂ້າງໃນຈະເຫັນຫົວຕໍ່ SATA HDD.
ໃຫ້ເຮົາພະຍາຍາມຄ່ອຍໆເອົາ HDD ສອດໃສ່ໃຫ້ເຂົ້າກັບຫົວຕໍ່ນັ້ນ ອາດຈະໃຊ້ເວລາໜ້ອຍໜຶ່ງ
ເມື່ອ HDD ເຂົ້າທີ່ຮຽບຮ້ອຍແລ້ວ ໃຫ້ເຮົາເປີດ Xbox ຂຶ້ນມາ ແລ້ວໄປທີ່ Setting > System > Storage ຈາກນັ້ນກົດ Y ແລ້ວເລືອກ Format ແລ້ວກົດ A. ເທົ່ານີ້ Xbox ຂອງເຮົາກໍ່ມີເນື້ອທີ່ HDD ເພີ່ມຂຶ້ນແລ້ວ.
ທີ່ມາ: Digiex1, Digiex2

Wednesday, March 26, 2014

iPad ຖືກ hack ສາມາດ boot iOS 5.1, iOS 6.1.3, iOS 7.0.6 ໄດ້

Hacker Winocm ໄດ້ hack iPad 2 ຂອງລາວ ເຊິ່ງເຮັດໃຫ້ສາມາດ boot ໄດ້ 3 iOS. ຈະເປັນແນວໃດນັ້ນ ຕິດຕາມເບິງວິດີໂອຂ້າງລຸ່ມໄດ້ເລີຍ.

ທີ່ມາ: iC